ຄັມພີໂລກນິຕິ

posted on 21 Dec 2008 22:19 by namtao1

ຄັມພີໂລກນິຕິ

ຂໍນ້ອມໄຫວ້ພຣະຣັຕນະໄຕຣ

                ຂ້ານ້ອຍຂໍນ້ອມໄຫວ້ ພຣະຣັຕນະໄຕຣແກ້ວ ຈະຂໍກ່າວໂລກນິຕິ (ຄືແບບແຜນປະເພນີ ຂອງໂລກ) ທີ່ອາຈານເກົ່າກ່ອນ ເກັບທ້ອນໂຮມມາຈາກຄັມພີຕ່າງໆ ແຕ່ພຽງ ຫຽໍ້ໆໂດຍພາສາມະ ຄົດ.

()

ບັນດິດບັ້ນ(ບັ້ນນັກປາດ)

            . ແມ່ນຈິງແທ້ນິຕິສາດ(ຄືຄັມພີທີ່ກ່າວດ້ວຍແບບແຜນປະເພນີ) ນັບວ່າເປັນແກ່ນສານ, ເປັນມານດາບິດາ, ເປັນອາຈານ ແລະເປັນມິດເປັນຂອງຄົນໃນໂລກ; ເພາະສະນັ້ນ ຄົນ ຜູ້ນິຕິສາດແຈ່ມແຈ້ງຈຶ່ງເປັນຄົນມີຄວາມຮູ້ ແລະໄດ້ຍິນ ໄດ້ຟັງຫຼາຍ.
 
(เทียบฉบับภาษาไทย)
คัมภีร์โลกานิต

+ อันขยม(ขมยม-ภาษาเขมร)บรมเรศเรื้อง รามวงษ์   

พระแผ่นไผทธรง   สืบไท้

แสวงยิ่งสิ่งสดับองค์              โอวาท    

หวังประชาชนให้   อ่านแึจ้งจำโคลง

+คันโลงโลกย์นิตนี้            นมนาน   

มีแต่โปราณกาล                 เก่าพร้อง

เปนสุภาสิตสาร                 สอนจิตร์     

กลดั่งสรอ้ยสอดคลอ้ง เวี่ยไว้ในกรรณ์

 

(๑)

 

 

ว่าด้วนนักปราชญ์

๑ ปลาร้าพันห่อด้วย    ใบคา                 

ใบก็เหม็นคาวปลา       คละคลุ้ง

คืิอชนหมู่ไปหา           คบเพื่อนพาลรา  

ได้แร้ายร้ายฟุ้ง            เฟืองให้เสียพงษ์

- ใบพ้อพันห่อหุ้ม         กฦษนา             

หอมระรอยรศพา         เพรอดด้วย

คนเสพเสน่หา            นักปราช             

ความศุขทราบฦๅม้วย  จุดไม่กลิ่นหอม            

-------------------------------

ໝາຍບອກ:  ເຊິນພີ່ນ້ອງເຮົາປະກອບຄວາມເປັນໃສ່ບົດນີ້ ຈະເປັນບົດຄວາມ ບົດກອນ ບົດນິທານ ຫຼືບົດວິເຄາະ ບົດວິຈານ ກໍໄດ້ ພາຍໃຕ້ເນື້ອຄວາມຕາມທີ່ຄັມພີໂລກນິຕິຂໍ້ ໑ ນີ້.

                ຄັມພີໂລກນິຕິນີ້ເປັນຄັມພີບູຮານລາວ ທີ່ນຳມາສະເໜີນີ້ເປັນພຽງຂ້ໍທີໜຶ່ງເທົ່ານັ້น, ທີ່ນຳສະເໜີນັ້ນທັງສຳນວນ ລາວ(ຂຽນດ້ວຍອັກສອນລາວ) ແລະສຳນວນໄທຍ໌(ຂຽນດ້ວຍອັກສອນໄທຍ໌ ແລະສະກົດຕາມຕົ້ນສະລັບ).

ຂໍຂອບໃຈລ່ວງໜ້າທີ່ຮ່ວມລາຍການ

edit @ 22 Dec 2008 21:14:17 by ນຳ້ເຕົ້າ

ອິນດູຈີນ(໑)

posted on 06 Dec 2008 01:13 by namtao1

- ໃນບັນດາປະເທດທີ່ຕັ້ງຢູ່ໃນດິນແດນອາຊີຕາເວັນອອກສ່ຽງໃຕ້ ມີປະເທດ ລາວ, ໄທຍ, ກັມປູເຈັຍ, ຫວຽດນາມ, ພະມ້າ ຕະຫຼອດທັງປະເທດຢູ່ໃນຄາບສະໝຸດອິນ ເດັຍ ນັບເນື່ອງເຂົ້າຢູ່ໃນບັນດາປະເທດ ອິນດູຈີນດ້ວຍກັນ.
- ໃນອະດີດ ກ່ອນສົງຄວາມໂລກຄັ້ງທີສອງ ເຮົາຮູ້ຄຳວ່າ ອິນດູຈິນນຳຝຣັ່ງເສດ ຫັຼງຈາກເຂົາໄດ້ຢຶດເອົາ ໓ ປະເທດຫວຽດນາມ, ກັມປູເຈັຍ ແລະລາວເປັນຫົວຫົວເມືອງ ຂຶ້ນ ຮຽກວ່າອິນດູຈີນຝຣັ່ງເສດ, ຕໍ່ມາສົງຄາມໂລກຄັ້ງທີ ໒ ກຳເນີດເກີດຂຶ້ນໃນຂະນະດຽວກັນນັ້ນ ໓ ປະເທດກໍລວມຕົວກັນຕໍ່ສູ້ຈັກກະພັດນິຍົມຝຣັ່ງ ພາຍໃຕ້ແນວທາລັດທິ ຄອມມູນິດ ບັນດາປະເທດຜູ້ຝັ່ງຕາເວັນຕົກຂອງອິນດູຈີນ ກໍຕັ້ງສະມາຄົມໜຶ່ງຂຶ້ນ ເພື່ອຕອບໂຕ້ ແລະຕໍ່ຕ້ານການຂະຫຍາຍຕົວຂອງລັດທິຄອມມູນິດ ໂດຍໃຊ້ຊື່ວ່າ ສະມາຄົມອາຊີພົວລະພາ, ນັບຈາກຈຸດນີ້ເອງ ຄຳວ່າ "ອິນດູຈີນ" ໃນຄວາມໝາຍຂອງຊາວໂລກ ຈຶ່ງໝາຍເອົາ ໓ ປະເທດຫວຽດນາມ, ກັມປູເຈັຍ, ລາວ ຄືປະເທດ ອິນດູຈີນ ໃນຍຸກຂອງສົງຄາມເຢັນ ບັນດາ ໓ ປະເທດເຫຼົ່ານີ້ ກໍຕັ້ງສະມາຄົມຂອງຕົນຂຶ້ນເພື່ອຄວາມເຂົ້ມແຂງຂອງກຸ່ມຕົນຮຽກວ່າ "ສະມາຄົມສາມຊາດອິນດູຈີນ".
- ຄຳວ່າ ອິນດູຈີນ ກຳເນີດເກີດເກີດຂຶ້ນຕອນທີ່ບັນດາຊາດຢູໂຣບເຂົ້າມາລ່າອະນານິຄົມ ຫຼືມີບົດບາດມໃນພາກພື້ນນີ້ ກ່ອນໜ້ານັ້ນ, ບັນປະເທດເລົ່ານີ້ ລ້ວນແຕ່ເປັນປະ ເທດເອກລາດຂອງແຕ່ລະປະເທດ ແລະຮູ້ຈັກກັນໃນນາມ ແຫຼມສຸວັນນະພູມ ຫຼືສຸວັນນະພູມປະເທດ, ຄຳວ່າສຸວັນນະພູມ ໄດ້ປະກົດຕົວຕໍ່ຊາວໂລກນັບຕັ້ງແຕ່ ພຸດທະສະຕະວັດ ທີ່ ໓ ກັບໄປ, ໂດຍສະເພາະແມ່ນສຸວັນນະພູມໄດ້ປາກົດໃນຫຼັງຈາກທຳສັງຄາຍະນາຄັ້ງທີ ໓ ສິ້ນສຸດລົງພຣະເຈົ້າອະໂສກມະຫາຣາໄດ້ສົ່ງ ພຣະສົງອອກເຜີຍ ແຜ່ສາສນາ ມາຍັງສຸວັນນະພູມ ຄືພຣະໂສນະ ກັບພຣະອຸຕຣະ.
- ອິນດູຈີນ ນັກຄິດທາງພາສາ ແລະປວັດຫຼາຍທ່ານໃຫ້ຄວາມເຫັນວ່າ ມາຈາກ "ອິນເດັຍ"(India) ກັບ "ຈີນ"(CHI-NA, CHI-NO0) ປະສົມກັນແລ້ວໄດ້ ຄວາມ ໝາຍວ່າ "ອິນດູຈີນ"(INDOCHINA) ແຕ່ນັກຄິດທາງພາສາ-ສາສນາ ບາງທ່ານໃຫ້ທັດສະນະວ່າ ມາຈາກຄຳສອງຄຳ ຄື "ຮິນດູ-ອິນດູ(HINDO-INDO) ກັບ "ຈີນ"(CHI-NA) ຈຶ່ງໄດ້ (H'INDOCHINA)

(ຍັງມີຕໍ່)

edit @ 6 Dec 2008 01:21:09 by ນຳ້ເຕົ້າ

ຄວາມໝາຍຂອງນຳ້ເຕົ້າ

posted on 29 Nov 2008 08:48 by namtao1

໑. ນຳ້ເຕົ້າ ແມ່ນວ່າແມ່ນມີຄວາມໝາຍເປັນພາສາລາວ.
໒. ນຳ້ເຕົ້າ ມີເນື້ອຫາກ່ຽວກັບ ສາສນາ, ຮີດຄອງ, ວັດທະນະທັມ, ປະເພນີ ແລະພູມປັນຍາລາວ.
໓. ຄວາມໝາຍຂອງຄຳວ່າ "ນຳ້ເຕົ້າ".

  • ກ. ໝາຍເຖິງຄົນລາວ ສືບເຊື້ອສາຍມາຈາກໝາກນຳ້ເຕົ້າ
  • ຂ. ໝາຍເຖິງ ໝາກໄມ້ທີ່ຄູ່ຄົນລາວມາແຕ່ອະດີດ.
  • ຄ. ໝາຍເຖິງ ນຳ້ເຕົ້່າ ຄືເປັນສິ່ງທີ່ບັນຈຸນຳ້.
  • ງ. ໝາຍເຖິງ ການເຕົ້າລວມສາມັກຄື.

໔. ເພື່ອສົ່ງເສີມ ສາສນາ, ປະເພນີ, ຮີດຄອງ, ວັດທະນະທັມ, ປະເພນີ ແລະພູມປັນຍາລາວ ພາຍໃຕ້ແນວທາງການພັດທະນາຊາດ ພຣະພຸດທະສາສນາ ຂອງພັກ ແລະລັດໃນໄລຍະໃໝ່.
໕. ນຳ້ ໝາຍເຖິງນຳ້ໃນ, ເຕົ້າ ໝາຍເຖິງພາຊະນະບັນຈຸນຳ້ດື່ມ ນຳ້ກັບເຕົ້າເປັນຂອງຄູ່ກັນມານາ.
໕. ກຳເນີດຂຶ້ນ ເມື່ອວັນທີ ໒໙ ພະຈິກ ປີ ໒໖໖໑(໒໐໐໘).

edit @ 29 Nov 2008 08:50:44 by ນຳ້ເຕົ້າ

edit @ 29 Nov 2008 09:34:23 by ນຳ້ເຕົ້າ

edit @ 29 Nov 2008 09:35:06 by ນຳ້ເຕົ້າ